ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມຄົບຄະນະບໍລິຫານງານພັກອົງການຫ້ອງການກະຊວງ


     ໃນວັນທີ 27 ກັນຍາ 2023 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກ ອົງການຫ້ອງ
ວ່າການກະຊວງ ຄັ້ງທີ X ສະໄໝທີ V ປະຈຳໄຕມາດທີ່ III ປີ 2023 ແລະ ທິດທາງແຜນການປະຈຳໄຕມາດທີ່ IV ປີ 2023 ໂດຍການເປັນ
ປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະປະຈໍາພັກກະຊວງ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ມີບັນ
ດາຄະນະບໍລິຫານງານພັກ, ຫ້ອງວ່າການເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ກໍາມະການຄະນະປະຈໍາພັກກະຊວງ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງ
ກັນປະເທດ ໄດ້ຜ່ານບົດສະຫຼຸບການນໍາພາຂອງຄະນະພັກອົງການຫ້ອງວ່າການກະຊວງ ປະຈຳໄຕມາດທີ່ III ແລະ ທິດທາງແຜນການປະຈຳໄຕ
ມາດທີ່ IV ປີ 2023 ໂດຍໄດ້ຍົກໃຫ້ຮູ້ວ່າ: ຄະນະພັກ-ຄະນະບັນຊາ ແຕ່ລະກົມ, ຫ້ອງ, ກອງ, ບັນດາບໍລິສັດ ລັດວິສາຫະກິດ ໄດ້ເປັນເຈົ້າ
ການເອົາໃຈໃສ່ຊີ້ນຳການຈັດຕັ້ງປະຕິບັດມະຕິ-ຄຳສັ່ງ ຂອງກົມໃຫ່ຍເສນາທິການ ກ່ຽວກັບການປະຕິບັດລະບອບປະຈຳການ, ການກຽມພ້ອມ
ສູ້ຮົບໃນແຕ່ລະພາວະ ແລະ ປ້ອງກັນທີ່ຕັ້ງ ສຳຄັນຕ່າງໆ, ສຳນັກງານອົງການ, ປ້ອງກັນການນໍາຂັ້ນສູງ, ຕິດຕາມ-ສະກັດກັ້ນການເຄື່ອນໄຫວຂອງ
ກຸ່ມຄົນບໍ່ດີ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃນຂອບເຂດຄວາມຮັບຜິດຊອບໄດ້ເປັນຢ່າງດີ ຊີ້ນຳບັນດາສະຫາຍພະນັກງານທີ່ໄດ້ຮັບມອບໝາຍ
ໜ້າທີ່ ຊ່ວຍຄະນະນໍາກະຊວງເຮັດວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດ, ໄດ້ເອົາໃຈໃສ່ຄົ້ນຄ້ວາ-ກວດການິຕິກຳຕ່າງໆ, ຄົ້ນ
ຄ້ວາແຜນພັດທະນາຮ່ວມກັບຄະນະ ຊີ້ນໍາພັດທະນາຊົນນະບົດຂອງກະຊວງປ້ອງກັນປະເທດ ແລະ ຄະນະຊີ້ນຳໂຄງການກໍ່ສ້າງພັດທະນາ ຂອງ
ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໄດ້ສຸມໃສ່ຄົ້ນຄ້ວາຫັນເອົາບັນດາມະຕິ ຂອງສູນກາງພັກມາເປັນມະຕິຂອງຄະນະພັກກະຊວງ, ເປັນ
ທິດທາງວຽກງານປ້ອງກັນຊາດ ຮ່າງບັນດາຄຳສັ່ງແນະນຳ, ແຈ້ງການ, ລາຍງານ, ບົດຄຳເຫັນ, ບົດໂອ້ລົມ, ບົດປາໃສ ຂອງຄະນະນໍາກະຊວງ ແລະ
ຂອງການນຳພັກ-ລັດ, ກະກຽມເອກະສານຕ່າງໆໃຫ້ແກ່ການຈັດຕັ້ງ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ ເປັນເຈົ້າການເກັບກຳ,
ຄົ້ນຄ້ວາ, ວິໄຈສະພາບການເມືອງ-ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນລາຍງານຂັ້ນເທິງ, ສຸມໃສ່ຈັດຕັ້ງປະຕິບັດແນວທາງຕ່າງປະເທດຂອງ
ພັກ ເປັນຕົ້ນແມ່ນການພົວພັນຮ່ວມມືລະຫວ່າງສອງຝ່າຍ ແລະ ຫຼາຍຝ່າຍເຊັ່ນ: ການຮ່ວມມືຮອບດ້ານກັບກອງທັບ ບັນດາປະເທດເພື່ອນມິດ
ຍຸດທະສາດ ( ຫວຽດນາມ, ຈີນ ແລະ ຣັດເຊຍ ), ພົວພັນຮ່ວມມືກັບກອງທັບ ບັນດາປະເທດໃນກຸ່ມອາຊຽນ, ພາກພື້ນ ແລະ ສາກົນ ສຸມໃສ່
ຊີ້ນຳຫົວໜ່ວຍກົມເສດຖະກິດ ເປັນເຈົ້າການຄຸ້ມຄອງ, ຕິດຕາມບັນດາໂຄງການຮ່ວມມືທຸລະກິດຕ່າງໆ, ການສັນຍາຈັດຊື້-ຈັດຈ້າງ, ການສ້າງບັນ
ດານິຕິກຳ ເພື່ອແກ້ໄຂບັນຫາຕ່າງໆ.

ແຫຼ່ງຂ່າວໂດຍ ວາດສະໜາ ພຸດທະວົງ
ວັນທີ 28/09/2023